4 ພັນຂຸມ ອີກຫນຶ່ງແຫລ່ງທ່ອງທ່ຽວ ທີ່ຫນ້າສໍາຜັດ

in laos •  7 years ago 

4 ພັນຂຸມ ອີກຫນຶ່ງແຫລ່ງທ່ອງທ່ຽວ ທີ່ຫນ້າສໍາຜັດ

07.jpg

ລະດູການທ່ອງທ່ຽວ 4000 ພັນຂຸມ ທີ່ບ້ານທ່າ ຄັນຊຸມຊົວ, ເມືອງລະຄອນເພັງ, ແຂວງສາລະວັນ ແມ່ນ ເລີ່ມ ແຕ່ເດືອນມັງກອນ ໄປຈົນເຖິງ ເດືອນພຶດສະພາ ຂອງທຸກໆປີ. ສະຖານທີ່ດັ່ງກ່າວ ແມ່ນຢູ່ຕາມລໍາແມ່ນໍ້າຂອງ ເຊີ່ງເກີດຈາກການກັດເຊາະຂອງແມ່ນນໍ້າຂອງ ເຮັດໃຫ້ເກີດ ເປັນປະຕິມາກໍາ ທີ່ຫນ້າມະຫັດສະຈັນ. ບັນດາກ້ອນຫີນ ຂະຫນາດ ນ້ອຍ-ໃຫຍ່ ໄດ້ຖືກສາຍນໍ້າກັດເຊາະ ມາເປັນເວລາ ຫລາຍປີ ຈົນເຮັດໃຫ້ກາຍເປັນຮູບແບບຕ່າງທ ທີ່ມີຄວາມສວຍງາມ ແລະ ແປກຕາ ກາຍເປັນຜົນງານຈາກທໍາມະຊາດ ທີ່ມີຄວາມສວຍງາມ ແລະ ຄວາມມະຫັດສະຈັນ. 4000 ຂຸມ ແມ່ນມີມາຫລາຍຮ້ອຍປີ ແຕ່ໄລຍະຜ່ານມາ ແມ່ນບໍ່ໄດ້ມີຝຜສົນໃຈ, ແຕ່ມາໃນໄລຍະ 10 ປີຫລັງມານີ້ ວຽກງານການທ່ອງທ່ຽວ ໄດ້ມີການເຕີບໃຫຍ່ຂື້ນເປັນກ້າວໆ ຈິ່ງໄດ້ກໍານົດເອົາ ຈຸດດັ່ງກ່າວ ເປັນອີກຫນຶ່ງແລ່ນມາກ ທ່ອງທ່ຽວ ທີ່ຫນ້າສົນໃຈ ພາຍໃນເມືອງລະຄອນເພັງ, ແຂວງສາລະວັນ.

ເພື່ອເຮັດໃຫ້ແຫລ່ງທ່ອງທ່ຽວ ດັ່ງກ່າວ ກາຍເປັນທີ່ຮູ້ຈັກໃຫ້ກວ້າງຂວາງ ແລະ ດຶງດູດເອົານັກທ່ອງທ່ຽວ ທາງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ພາຍໃນເມືອງ ກໍ່ຄື ຖວທ ແຂວງ ໄດ້ເອົາໃຈໃສ່ ໂຄສະນາ ເຜີຍແຜ່ ເພື່ອເຮັດໃຫ້ນັກທ່ອງທ່ຽວ ຮູ້ຈັກກັນຫລາຍຂື້ນ ແລະ ພາກັນເດີນທາງມາຢ້ຽມຢາມ ສໍາຜັດດ້ວຍຕົວເອງ ເຖິງຄວາມສວຍງາມ ແລະ ຄວາມມະຫັດສະຈັນ ແບບທໍາມະຊາດສ້າງຂື້ນ, ເກີນຄໍາບັນຍາຍ. ສໍາລັບ ເວລາທ່ອງທ່ຽວ ທີ່ເຫມາະສົມທີ່ສຸດ ຄື ໄລຍະ ເຊົ້າ ກ່ອນຕະເວັນຂື້ນ ແລະ ຕອນແລງໆ ເພື່ອຊົມຕະເວັນຕົກດິນ ເຊີ່ງເປັນໄລຍະ ທີ່ມີຄວາມສວຍງາມທີ່ສຸດ ກໍ່ວ່າໄດ້. ນອກຈາກນີ້, ຕາມຈຸດຕ່າງໆ ຍັງສາມາດເກັບພາບ ຫລື ຖ່າຍພາບ ເຖິງຄວາມສວຍງາມ ໄດ້ອີກ ເຊີ່ງ ທ່ານຈະບໍ່ຜິດຫວັງ ເມື່ອທ່ານ ໄດ້ມາສໍາຜັດດ້ວຍຕົວເອງ. ທ່ານ ສາມາດເດີນທາງມາໄດ້ທີ່ບ້ານທ່າ ຄັນຊູມຊົວ, ເມືອງລະຄອນເພັງ, ແຂວງສາລະວັນ ຫລື ສາມາດພົວພັນສອບຖາມໄປຍັງ ຫ້ອງການ ຖວທ ເມືອງ ຍິ່ງເປັນການດີ ເພື່ອໃຫ້ມີພະນັກງານ-ວິຊາການ ປະຈໍາທ້ອງຖິ່ນ ເປັນຜູ້ນໍາພາໄປຍີ້ງເປັນການດີ.

Authors get paid when people like you upvote their post.
If you enjoyed what you read here, create your account today and start earning FREE STEEM!