ສະບາຍດີຊາວ steemit ແລະ ຊາວເນັດທັງຫຼາຍມື້ນີ້ຂ້ອຍຊິມາເວົ້າບຸນປະເພນີອັນເກົ່າແກ່ໃຫ້ພວກທ່ານໄດ້ຟັງ ນັ້ນກໍ່ຄືບຸນມະຫາຊາດ (ເອີ້ນງ່າຍແບບບ້ານຂ້ອຍວ່າບຸນເດືອນ 4).
ບຸນມະຫາຊາດນີ້ແມ່ນໄດ້ເລີ່ມຈັດຂຶ້ນໃນເດືອນ 4 ລາວ ຂອງທຸກໆ ແລະ ຊາວບ້ານພວກຂ້ອຍກໍ່ໄດ້ສືບຕໍ່ປະເພນີ້ອັນດີງາມນີ້ມາໄດ້ຫຼາຍ 10 ປີມາແລ້ວ, ມັນເປັນປະເພນີອັນມ່ວນຊື່ນ.
ກ່ອນຊິຮອດບຸນທຸກປີຊາວບ້ານຈະພ້ອມໃຈກັນໄປຊອກດອກໄມ້ທີ່ເກີດຂື້ນຢູ່ປ່າ ບໍ່ວ່າຈະເປັນບ່າວເປັນສາວຕ່າງກໍ່ພາກັນໄປຢ່າງຫລວງຫລາຍ.
ນີ້ເປັນພຽງສ່ວນຫນື່ງເທົ່ານັ້ນທີ່ເກັບນຳເອົາມາຟາກພວກຊາວ steemit ລາຍລະອຽດຕ້ອງມາເຫັນດ້ວຍຕົວເອງບ່າຍຈະ
#ຂອບໃຈ
#laos PDR